Toko Assurance
ຍິນດີຕ້ອນຮັບເຂົ້າສູ່ ເວັບໄຊ ໂຕໂກປະກັນໄພ. ມື້ນີ້ເປັນ
ເລືອກພາສາ:    English     ລາວ
ຜະລິດຕະພັນຂອງບໍລິສັດ
Contact Us
ຜະລິດຕະພັນຂອງບໍລິສັດ: ການປະກັນໄພ ທຸລະກິດ

ການປະກັນໄພອຸບັດຕິເຫດສ່ວນບຸກຄົນແບບເປັນກຸ່ມ
ການປະກັນໄພປະເພດນີ້ແມ່ນ ແນໃສ່ການປະກັນໄພໃຫ້ແກ່ ພະນັກງານ ຫຼື ກຳມະກອນຂອງບໍລິ ສັດທ່ານໃນ ຫຼາຍໆກໍລະນີເຊັ່ນ: ການເສຍຊີວິດ, ການເສຍອົງຄະຕ່າງໆ ແລະ ການຊົດເຊີຍຄ່າຈ້າງ ອື່ນໆ. ເຊິ່ງເປັນການຊ່ວຍໃຫ້ບໍລິສັດຂອງທ່ານຫຼຸດຜ່ອນພາລະ ແລະ ການສູນເສຍທາງການເງິນ ພ້ອມ ນັ້ນຍັງເປັນ ການສະແດງເຖິງຄວາມ ເອື້ອເຟື້ອ ເພື່ອແຜ່ ຂອງບໍລິສັດອີກດ້ວຍ.

ການປະກັນໄພອຸບັດຕິເຫດແຮງງານ
ນາຍຈ້າງຄືບຸກຄົນທີ່ຕ້ອງຮັບຜິດຊອບ ແລະ ຮັບປະກັນຄວາມປອດໄພໃຫ້ແກ່ລູກຈ້າງ ຫຼື ຄົນງານ ພາຍໃນສະຖານທີ່ເຮັດວຽກ. ແຕ່ເຖິງຢ່າງໃດກໍ່ຕາມ ອຸບັດຕິເຫດທີ່ບໍ່ຄາດຄິດກໍ່ສາມາດເກີດຂຶ້ນໄດ້ ທຸກເວລາ. ການປະກັນໄພອຸປະຕິເຫດແຮງງານໃຫ້ການຄຸ້ມກັນການ ບາດເຈັບຂອງພະນັກງານ ກຳ ມະກອນທີ່ເກີດຂຶ້ນໃນຂະນະເວລາເຮັດວຽກ, ທັງອຸບັດຕິເຫດພາຍໃນໂຮງງານ ແລະ ສະຖານທີ່ເຮັດ ວຽກອື່ນໆ ຂອງບໍລິສັດ.

ການປະກັນໄພສິນຄ້າໃນລະຫວ່າງຂົນສົ່ງ
ສັນຍາປະກັນໄພນີ້ ໃຫ້ການຄຸ້ມກັນການສູນເສຍ ຫລື ເສຍຫາຍ ຂອງສິນຄ້າໃນຂະນະຂົນສົ່ງ ເຊິ່ງສັນຍາ ຂອງພວກເຮົາ ໃຫ້ການຄຸ້ມກັນທັງການຂົນສົ່ງສິນຄ້າ ດ້ວຍພາຫະນະຂອງທ່ານເອງ ຫຼື ດ້ວຍພາ ຫະນະຂອງບຸກຄົນທີສາມ.

ການປະກັນໄພຄວາມສ່ຽງຂອງອຸປະກອນ
ການປະກັນໄພຄວາມສ່ຽງຂອງອຸປະກອນ ໃຫ້ການປົກປ້ອງໄພຕ່າງໆທີ່ເກີດຂຶ້ນຕໍ່ເຄື່ອງຈັກ ແລະ ອຸປະກອນ ເຊັ່ນ: ໄຟໄໝ້, ການລະເບີດ, ການຂີ້ລັກ ແລະ ອຸບັດຕິເຫດຈາກການຕຳ.

ການປະກັນໄພຄວາມຮັບຜິດຊອບທາງແພ່ງ
ຖ້າຫາກບໍລິສັດຂອງທ່ານ ມີລູກຄ້າ ຫລື ຜູ້ຄົນມາຢ້ຽມຢາມເລື້ອຍ, ທ່ານຄວນຄິດຫາວິທີປ້ອງກັນຄວາມປອດໄພແກ່ເຂົາເຈົ້າເຫຼົ່ານັ້ນ ເຊິ່ງສັນຍາປະກັນໄພຂອງພວກເຮົາ ໃຫ້ການຄຸ້ມກັນ ຕໍ່ການເສຍຫາຍທາງດ້ານຮ່າງກາຍ ແລະ ຊັບສິນ ຂອງແຂກທີ່ມາຢ້ຽມຢາມບໍລິສັດຂອງທ່ານີ້.

ການປະກັນໄພອັກຄີໄພ
ການປະກັນອັກຄີໄພສຳລັບ ຊັບສິນໃນທຸລະກິດ ໃຫ້ການຄຸ້ມກັນ ການເສຍຫາຍ ຕໍ່ອາຄານ, ໂຮງງານ ແລະ ເຄື່ອງຈັກຕ່າງທີ່ເກີດຈາກໄຟໄໝ້, ຟ້າຜ່າ ແລະ ການລະເບີດ ແລະ ສາມາດຂະຫຍາຍ ການຄຸ້ມ ກັນສຳລັບຄວາມສ່ຽງປະເພດອື່ນໆໄດ້ອີກດ້ວຍ.

ການປະກັນໄພການຂົນສົ່ງສິນຄ້າ
ການປະກັນໄພການຂົນສົ່ງສິນຄ້າ ລວມເອົາການປະກັນໄພການຂົນສົ່ງສິນຄ້າທາງທະເລ, ທາງອາ ກາດ, ທາງລົດໄຟ ແລະ ທາງບົກອື່ນໆ. ການປະກັນໄພປະເພດນີ້ຈະຊ່ວຍຫລຸດຜ່ອນ ຄວາມສູນເສຍ ຫລື ການເສຍຫາຍ ຂອງບໍລິສັດ ອັນເນື່ອງມາຈາກການຂົນສົ່ງດັ່ງກ່າວ

ການປະກັນໄພຄວາມສ່ຽງໄພຮອບດ້ານຂອງຜູ້ຮັບເໝົາກໍ່ສ້າງ
ກອ່ນທີ່ຈະລົງມີທຳການຜະລິດ, ກໍ່ຕ້ອງມີການກໍ່ສ້າງອາຄານ,ໂຮງງານ ແລະ ຕິດຕັ້ງບັນດາເຄື່ອງຈັກ ທີ່ຈຳເປັນສາກອ່ນ. ເຊິ່ງຊວ່ງເວລານີ້ການປະກັນໄພດັ່ງກ່າວຖືວ່າມີຄວາມຈຳເປັນຈົນກວ່າ ຜູ້ຮັບເໝົາກໍ່ສ້າງ ໄດ້ມອບ ອາຄານ, ເຄື່ອງຈັກຕ່າງໆ ໃຫ້ແກ່ເຈົ້າຂອງທຸລະກິດເປັນທີ່ຮຽບຮ້ອຍແລ້ວ.

ການປະກັນໄພສຳລັບນັກຫລີ້ນກ໊ອບ
ການປະກັນໄພນັກຫລີ້ນກ໋ອບ ໃຫ້ການຄຸ້ມກັນຢ່າງກ້ວາງຂວາງ ຕໍ່ການສູນເສຍ ຫລື ຄວາມເສຍ ຫາຍທີ່ອາດເກີດຂຶ້ນກັບໄມ້ຕີກ໊ອບ ແລະ ອຸປະກອນຕີກ໊ອບຕ່າງໆຂອງທ່ານ, ອຸບັດຕິເຫດຮ້າຍ ແຮງທີ່ອາດເຖິງແກ່ຊີວິດ. ຄ່າໃຊ້ຈ່າຍຕ່າງໆສຳລັບການໄດ້ຮັບບາດເຈັບຂອງບຸກຄົນທີສາມ ແລະ ຊັບສິນອື່ນໆຂອງເຂົາເຈົ້າ ກໍຈະໄດ້ຮັບການຄຸ້ມກັນອີກດ້ວຍ.

ການປະກັນໄພຂີ້ລັກງັດແງະ
ທຸກໆມື້ໃນການດຳເນີນທຸລະກິດຂອງທ່ານແມ່ນເຕັມໄປດ້ວຍຄວາມສ່ຽງ ເຊິ່ງຄວາມສ່ຽງທີ່ພົບເຫັນ ເລື້ອຍໆກໍ່ຄືການຂີ້ລັກງັດແງະ, ທ່ານສາມາດປ້ອງກັນຄວາມສ່ຽງນີ້ໄດ້ ໂດຍໃຊ້ບໍລິການຈາກບໍລິສັດຂອງພວກເຮົາ.

ການປະກັນໄພເງິນ
ເງິນຂອງທ່ານສາມາດເສຍຫາຍໃນຫຼາຍໆຮູບແບບໃນແຕ່ລະວັນ. ການປະກັນໄພປະເພດນີ້ຈະຕອບ ສະໜອງຄວາມປອດໄພໃຫ້ແກ່ເງິນຂອງທ່ານ ໃນການກໍ່ຕັ້ງທຸລະກິດ ຈາກການຂີ້ລັກ ແລະ ປຸ້ນຈີ້ ຕ່າງໆ.