ເລກທີ: TJL/MK/0054/09
ບໍ່ວ່າທ່ານຈະເປັນລູກຄ້າ ຫຼື ກຳລັງຈະເປັນລູກຄ້າເທື່ອທຳອິດຂອງພວກເຮົາກໍ່ຕາມ; ບໍ່ວ່າທ່ານຈະເປັນ ລູກຄ້າລາຍບຸກຄົນ ຫຼື ລູກຄ້າທີ່ເປັນແບບທຸລະກິດ ກໍ່ຕາມ ບໍລິສັດ ໂຕໂກ ປະກັນໄພ ຍ່ອມມີສິ່ງ ພິເສດໆ ໃຫ້ທ່ານສະເໜີ ດັ່ງລາຍລະອຽດຂ້າງລຸ່ມນີ້: ສ່ວນຫຼຸດແບບທີ I ສ່ວນຫຼຸດ ສືບເນື່ອງຈາກການປະກັນໄພລົດ ສ່ວນຫຼຸດຕ່ຳສຸດຂອງການປະກັນໄພລົດ ສ່ວນບຸກຄົນ ຂອງພວກເຮົາແມ່ນ 15% ແລະຍັງຈະສືບຕໍ່ໃຫ້ສ່ວນຫຼຸດ ນີ້ໄປຈົນເຖິງທ້າຍປີນີ້! ງ່າຍໆເລີຍ! ທ່ານສາມາດໄດ້ຮັບສ່ວນຫຼຸດນີ້ ໂດຍການຊື້ປະກັນໄພຜ່ານຕົວແທນ ຫຼື ນາຍໜ້າຂອງພວກເຮົາ ໂດຍຖືໃບທະບຽນລົດໄປນຳເທົ່ານັ້ນ. ຮັບປະກັນວ່າທຸກຂັ້ນຕອນບໍ່ມີຫຍັງຫຍຸ້ງຍາກ! ສ່ວນຫຼຸດແບບທີ II ປະກັນໄພລົດ + ສັນຍາປະກັນໄພສະບັບທີ 2 (ອັກຄີໄພ/ທີ່ຢູ່ອາໃສ/ອຸປະຕິເຫດສ່ວນບຸກຄົນ/ອຸປະຕິເຫດແຮງງານ) ຈາກຂ້າງເທິງ ທ່ານໄດ້ຮັບສ່ວນຫຼຸດ15% ສຳລັບການປະກັນໄພລົດຂອງທ່ານ,ທ່ານຈະໄດ້ຮັບສ່ວນຫຼຸດເພີ່ມອີກ 10% ສຳລັບ ປະກັນໄພອັກຄີໄພ ຫຼື ປະກັນໄພທີ່ຢູ່ອາໃສ ເມື່ອທ່ານຊື້ປະກັນໄພລົດ ແລະ ທີ່ຢູ່ອາໃສ ຫຼື ອຸປະຕິເຫດສ່ວນບຸກຄົນກັບພວກເຮົາ.
ສ່ວນຫຼຸດແບບທີ III ປະກັນໄພລົດ + ປະກັນໄພອັກຄີໄພ / ປະກັນໄພທີ່ຢູ່ອາໃສ + ອຸປະຕິເຫດສ່ວນບຸກຄົນ / ອຸປະຕິເຫດແຮງງານ ປົກປ້ອງຄົນທີ່ທ່ານຮັກ ແລະ ຄົ້ນຫາການປະຢັດທີ່ຫຼາຍກວ່າ
ສວ່ນຫຼຸດຈາກການເປັນລູກຄ້າຍາວນານ ດັ່ງນັ້ນ ທ່ານຊິລໍຖ້າຫຍັງ! ຈັບໂທລະສັບມາໂທເລີຍ ທ່ີເບີ: 021 264712-5 ຫຼື ທາງເວັບໄຊ www.tokoassurancelao.com ຫຼື ເຂົ້າພົບຕົວແທນທີ່ຢູ່ໄກ້ບ້ານທ່ານ. ດ້ວຍຄວາມນັບຖື , ບໍລິສັດ ໂຕໂກຈາຢາ ລາວ ປະກັນໄພ ຈຳກັດ / for
ທ່ານ ຈັນ ເລກ ເວ |


